(CG) ສະບາຍດີປີເສືອ + ລວມ CG ປີ 2009

ບໍ່ໄດ້ມາອັບດົນ ແລະຕ້ອງພົບກັບຄວາມຈິງທີ່ວ່າ ແກ້ CSS ບໍ່ໄດ້ orz ຫາຍສາບສູນໄປດົນຫລາຍ =w=’ ແບບວ່າ ມີ່ ມີ site ຢູ່ຫລາຍບ່ອນນ່ະ ຖ້າລວມບລັອກນີ້ນຳກະເປັນ 8 (ຕິ?) ຂຽນ 3 ພາສາ *0* OTL

ອື່ມໆ ໄປຢ້ຽມຊົມໄດ້ເດີ້ ຮາໆ ບໍ່ໄດ້ອັບທຸກອັນ ແລະບໍ່ໄດ້ບອກທຸກອັນ =w=

Gallery ຮູບເດີ້ຂະນ້ອຍ ເວັບນີ້ອັບເດດເປັນປະຈຳ

Gallery ຮູບອີກເຊັ່ນກັນ ຫາກໍ່ສະຫມັກ ແຕ່ຫນ້າຈະອັບເດດພໍໆກັບ DA

ບໍ່ຄ່ອຍໄດ້ຂຽນ ແຕ່ຈະຂຽນເປັນພາສາອັງກິດ ເພື່ອຫມູ່ເພື່ອນຄົນຕ່າງປະເທດ >w< (ທັ້ງທີ່ພາສາອັງກິດສຸດແສນອ່ອນດ້ອຍ – -*)

ໄຮ5 ຮ້າງໆ ທີ່ບໍ່ໄດ້ອັບເດດອີກແລ້ວ ເບື່ອ ມັນບໍ່ຄ່ອຍມີຫຍັງ – -*

ອັນນີ້ມັນລິ້ງບໍ່ໄດ້ ຮາໆ ເອົາເປັນວ່າໃຜຢາກແອດກະຊອກເອາກະແລ້ວກັນ ແຕ່ບໍ່ຄ່ອຍໄດ້ເຂົ້າຄືກັນໄດ໋ລະ

ໂອເຄ ຕໍ່ມາກະ ຂໍ Happy New Year ແບບ  lateໆ ຮາໆ ຂໍໃຫ້ທຸກຄົນ(ທີ່ຫລົງເຂົ້າມາ) ມີຄວາມສຸກສົມຫວັງ ປາສະຈາກໂລກໄພໄຂ້ເຈັບທຸກປະການ ເຮັດຫຍັງກໍ່ປະສົບຜົນສຳເລັດເນີ້

ປີນີ້ປີເສືອ ກະຕ້ອງແຕ້ມເສືອ ອິອິ

(ຈິ້ມທີ່ຮູບເພື່ອເບິ່ງຂະຫນາດເຕັມ)

ມີ່ມັກເສືອຂາວ ຫນ້າຮັກ ຢາກໄດ້ມາລ້ຽງຈັກໂຕ ຮຸຮຸ ຕອນມັນຍັງນ້ອຍເປັນຕາອຸ້ມຂະຫນາດ >.<

ປີທີ່ແລ້ວ ມີ່ແຕ້ມຊີຈີໄດ້ 44 ຮູບ ໂອ້ວວວວ >w< ເອົາມາລຽງຈຶ່ງຮູ້ວ່າມັນໄດ້ 44 ຮູບ ຮາ ທຳອິດນຶກວ່າມີແຕ່ປະມານ 10ກວ່າໆ

ໂຫລດໂຫດ *0* ເນັດໃຜບໍ່ແຮງ ກົດເປັນລິ້ງໄດ້ເນີ້ ຈິ້ມ

ໃຜຢາກເຫັນແບບໃຫຍ່ໆເຕັມໆ ໄປເບິ່ງໃນ DA ຈິ້ມ

ປີນີ້ກະຈະພາຍາຍາມແຕ້ມໃຫ້ດີກວ່າເກົ່າ >w< ຢາກແຕ້ມຄອມມິກໃຫ້ໄດ້ຫລາຍໆ ຮາ

Tags: , , , , , , ,

2 Responses to “(CG) ສະບາຍດີປີເສືອ + ລວມ CG ປີ 2009”

  1. T☆m says:

    Cool

  2. au8ust says:

    ສີມືພັດທະນາຂຶ້ນ ຫະຫະ

Leave a Reply