(CG) ສະບາຍດີປີເສືອ + ລວມ CG ປີ 2009

January 12th, 2010 by mimirin

ບໍ່ໄດ້ມາອັບດົນ ແລະຕ້ອງພົບກັບຄວາມຈິງທີ່ວ່າ ແກ້ CSS ບໍ່ໄດ້ orz ຫາຍສາບສູນໄປດົນຫລາຍ =w=’ ແບບວ່າ ມີ່ ມີ site ຢູ່ຫລາຍບ່ອນນ່ະ ຖ້າລວມບລັອກນີ້ນຳກະເປັນ 8 (ຕິ?) ຂຽນ 3 ພາສາ *0* OTL

ອື່ມໆ ໄປຢ້ຽມຊົມໄດ້ເດີ້ ຮາໆ ບໍ່ໄດ້ອັບທຸກອັນ ແລະບໍ່ໄດ້ບອກທຸກອັນ =w=

Gallery ຮູບເດີ້ຂະນ້ອຍ ເວັບນີ້ອັບເດດເປັນປະຈຳ

Gallery ຮູບອີກເຊັ່ນກັນ ຫາກໍ່ສະຫມັກ ແຕ່ຫນ້າຈະອັບເດດພໍໆກັບ DA

ບໍ່ຄ່ອຍໄດ້ຂຽນ ແຕ່ຈະຂຽນເປັນພາສາອັງກິດ ເພື່ອຫມູ່ເພື່ອນຄົນຕ່າງປະເທດ >w< (ທັ້ງທີ່ພາສາອັງກິດສຸດແສນອ່ອນດ້ອຍ – -*)

ໄຮ5 ຮ້າງໆ ທີ່ບໍ່ໄດ້ອັບເດດອີກແລ້ວ ເບື່ອ ມັນບໍ່ຄ່ອຍມີຫຍັງ – -*

ອັນນີ້ມັນລິ້ງບໍ່ໄດ້ ຮາໆ ເອົາເປັນວ່າໃຜຢາກແອດກະຊອກເອາກະແລ້ວກັນ ແຕ່ບໍ່ຄ່ອຍໄດ້ເຂົ້າຄືກັນໄດ໋ລະ

ໂອເຄ ຕໍ່ມາກະ ຂໍ Happy New Year ແບບ  lateໆ ຮາໆ ຂໍໃຫ້ທຸກຄົນ(ທີ່ຫລົງເຂົ້າມາ) ມີຄວາມສຸກສົມຫວັງ ປາສະຈາກໂລກໄພໄຂ້ເຈັບທຸກປະການ ເຮັດຫຍັງກໍ່ປະສົບຜົນສຳເລັດເນີ້

ປີນີ້ປີເສືອ ກະຕ້ອງແຕ້ມເສືອ ອິອິ

(ຈິ້ມທີ່ຮູບເພື່ອເບິ່ງຂະຫນາດເຕັມ)

ມີ່ມັກເສືອຂາວ ຫນ້າຮັກ ຢາກໄດ້ມາລ້ຽງຈັກໂຕ ຮຸຮຸ ຕອນມັນຍັງນ້ອຍເປັນຕາອຸ້ມຂະຫນາດ >.<

ປີທີ່ແລ້ວ ມີ່ແຕ້ມຊີຈີໄດ້ 44 ຮູບ ໂອ້ວວວວ >w< ເອົາມາລຽງຈຶ່ງຮູ້ວ່າມັນໄດ້ 44 ຮູບ ຮາ ທຳອິດນຶກວ່າມີແຕ່ປະມານ 10ກວ່າໆ

ໂຫລດໂຫດ *0* ເນັດໃຜບໍ່ແຮງ ກົດເປັນລິ້ງໄດ້ເນີ້ ຈິ້ມ

ໃຜຢາກເຫັນແບບໃຫຍ່ໆເຕັມໆ ໄປເບິ່ງໃນ DA ຈິ້ມ

ປີນີ້ກະຈະພາຍາຍາມແຕ້ມໃຫ້ດີກວ່າເກົ່າ >w< ຢາກແຕ້ມຄອມມິກໃຫ້ໄດ້ຫລາຍໆ ຮາ

ແຕ້ມມືໃນ paint + ຮູບອື່ນໆ

September 17th, 2008 by mimirin

ອື່ມ… ປີນີ້ຂຶ້ນປີສອງລະ – - ມີຊົ່ວໂມງຄອມເພີ່ມຂຶ້ນມາ ແຕ່ແບບວ່າ ຊມ ຄອມທີ່ຮຽນ ມັນພັດຮຽນແຕ່ແນວພື້ນຖານອ່າ… ແງ~ ອັນເຮົາລະຢາກຮຽນພວກ code ພາສາຄອມ ອື່ນໆ ແຕ່ຄືຊິເປັນໄປບໍ່ໄດ້ແຮະ ເພາະວ່າຮຽນບໍລິຫານທຸລະກິດຢູ່ ຮາ ^^’

ອັນທີ່ສອນຢູ່ ຮຮ ສ່ວນໃຫຍ່ກະຮູ້ໆຢູ່ລະ ມັນເລີຍຫວ່າງ~~~ -0- ແລະດ້ວຍຄວາມຫວ່າງນັ້ນເອງ ມີ່ເລີຍເປີດ paint ມາແຕ້ມຫລິ້ນ… ແບບ ຄອມຢູ່ ຮຮ ມັນບໍ່ມີເມົ້າປາກກາ ກະເລີຍເອົາເມົ້າມືແຫລະ ແຕ້ມ ລຳບາກຂະຫນາດ ເຫິໆ ແຕ່ແຕ້ມໆໄປກະມັນມືດີແຫລະ ອິອິ

ມາເບິ່ງກັນເລີຍວ່າ ມັນຈະເປັນແນວໃດ… – - ຮູບລຽງລຳດັບ ກ່ອນ-ຫລັງເນີ້

ຮູບນີ້ເບິ່ງຊົງຊິດີກວ່າຫມູ່ແລ້ວແຫລະ ຮາ ^^’ ເອົາໄວ້ທັນມີອີກລະຈະເອົາມາໃຫ້ເບິ່ງ ຊມ.ຄອມ ຍັງມີຫລາຍຢູ່ດອກ ອິອິ

ຂໍສາລະພາບວ່າ ລັກແຕ້ມໃນຫ້ອງແຫລະ ເຫິໆ

ສ່ວນຮູບພວກນີ້ ບາງຄົນອາດຈະຍັງບໍ່ເຄີຍເຫັນ ເລີຍເອົາມາລົງໃຫ້ເບິ່ງ ^^

How to ວິທີການລົງສີຂອງ Mimirin

August 24th, 2008 by mimirin

ສະບາຍດີທຸກໆຄົນ

ອື່ມ… ມື້ນີ້ມິມີ່ເອົາວິທີການລົງສີມາໃຫ້ເບິ່ງ

ໄວ້ສຳລັບຄົນທີ່ຕ້ອງການສຶກສານ່ະ ^w^

how to ອັນນີ້ແມ່ນສຳລັບຄົນທີພໍ່ຈະມີພື້ນຖານກ່ຽວກັບໂປຼແກມ photoshop ແລ້ວເດີ້

ແຕ່ຖ້າໃຜບໍ່ມີພື້ນຖາມ ກະເບິ່ງໆໄປກ່ອນໄດ້ ຖ້າບໍ່ເຂົ້າໃຈບ່ອນໃດກະຖາມໄດ້ເລີຍ

ອຸປະກອນທີ່ມິມີ່ໃຊ້ກະມີ ເມົ້າປາກກາ wacom ເອົາໄວ້ລົງສີ

ກັບເຄື່ອງ scan ເອົາໄວ້ສະແກນຮູບທີ່ແຕ້ມແລ້ວເຂົ້າຄອມນ່ະ

ແລ້ວ ນີ້ແມ່ນຮູບທີ່ມິມີ່ຈະທຳການລົງສີເນີ້

ກ່ອນອື່ນກະເປີດຮູບນີ້ຂຶ້ນມາໃນໂປຼແກມ photoshop ກ່ອນ (ຂໍເອີ້ນ layer ຂອງຮູບນີ້ວ່າເລເຢີ້ລາຍເສັ້ນກະແລ້ວກັນ)

ຈາກນັ້ນໄປໃນສ່ວນຂອງ layer ໃຫ້ທຸກຄົນເອົາ layer ລາຍເສັ້ນໄວ້ທາງເທິງສຸດ

ແລ້ວປ່ຽນໃຫ້ເປັນ Multiply ດັ່ງພາບ

(ມັນຈະເຮັດໃຫ້ສີໃນເລເຢີອື່ນໆທີ່ເຮົາລງບໍ່ໄປເປື້ອນຂອບນ່ະ)

*tip ທຳອິດເລເຢີ້ລາຍເສັ້ນມັນອາດຈະເປັນ background ເຊິ່ງຈະເອົາໄວ້ທາງເທິງບໍ່ໄດ້ ຕ້ອງດັບເບິ້ນຄລິກທີ່ເລເຢີ້ນັ້ນ ກົດຕົກລົງ ແລ້ວມັນຈະການເປັນເລເຢີ 0 ຢ່າງທີ່ເຫັນ

ສ່ວນອັນນີ້ແມ່ນຫັວ brush ທີ່ມິມີ່ໃຊ້ໃນຄັ້ງນີ້

(ປົກກະຕິມີ່ມັກລອງຫົວບຣັຊໄປເລື່ອຍແຫລະ ເພາະສະນັ້ນບໍ່ຕ້ອງສົນໃຈປານໃດກະໄດ້ =w=

ລອງບຣັຊທີ່ຕົວເອງຖະນັດແຫລະດີທີ່ສຸດ)

ຫລັງຈາກສ້າງເລີເຢີ້ຂຶ້ນມາໃຫມ່ ແລ້ວເອົາໄວ້ທາງລຸ່ມເລເຢີ້ລາຍເສັ້ນແລ້ວ

ກະມາເຖິງຂັ້ນຕອນການເລືອກສີ ທຳອິດມິມີ່ທຳການລົງສີພື້ນຫລັງກ່ອນ ແລະເລືອກສີສົ້ມ ລະເລງໃຫ້ທົ່ວໆຕາມຄວາມມັກ

tip* ພາຍາຍາມບໍ່ລົງສີໃຫ້ຄືກັບການຖອກສີ ເພາະມັນຈະເປັນສີດຽວແບບລ້ວນໆເລີຍ

ຈື່ໄວ້ວ່າ ຊັ້ນສີທີ່ບໍ່ເທົ່າກັນ (ຄວາມເຂັ້ມຄວາມອ່ອນ ແສງ-ເງົາ ຕ່າງກັນ) ຈະເຮັດໃຫ້ຮູບງາມ ແລະເບິ່ງມີມິຕິຫລາຍຂຶ້ນ

ເຫັນທໍ່ນີ້ກະຄົງຈະຮູ້ວ່າມັນຍັງຫ່າງໄກຈາກຄວາມງາມ ເພາະມັນຫາກະມີສີດຽວ =w= (ຮາ)

ສີດຽວມັນບໍ່ງາມຢ່າງທີ່ເຫັນ ມິມີ່ເລີຍຕື່ມສີອື່ນໆເຂົ້າໄປນຳ

ສັງເກດໄດ້ບໍ່ວ່າໃນນີ້ມີ່ໃຊ້ສີຢູ່ຈັກສີ…….. ຄຳຕອບກະຄື 4 ສີ ສົ້ມ ມ້ວງ ຟ້າຂຸ້ນ ແລະສີແດງອ່ອນ ຕາມລຳດັບ

ເມື່ອມີຫລາຍໆສີແລ້ວ ຮູ້ສຶກໄດ້ເລີຍແມ່ນບໍ່ ວ່າມັນດີຂຶ້ນຫນ້ອຍຫນຶ່ງ

ຫລັກການເລືອກສີເປັນສິ່ງສຳຄັນຢ່າງຫນຶ່ງເນີ້ ຮູ້ສຶກວ່າມັນຈະກ່ຽວກັບ ສີໃກ້ຄຽງ ກັບສີຕົງກັນຂ້າມ ນີ້ລະ

ເລື້ອງນີ້ລອງໆເລືອກສີໄປດົນໆຫັກສິ get ໄປເອງແຫລະ ^^’

ນອກຈາກການເລືອກສີແລ້ວ ຕ້ອງຄຳນຶງເຖິງເລື້ອງແສງ-ເງົານຳເດີ້

ກຳນົດໃຫ້ໄດ້ວ່າແສງມາຈາກທາງໃດ ເງົາຢູ່ໃສ

ຫລັງຈາກລົງແສງໃຫ້ເມກລະ ກະເປັນອັນວ່າແລ້ວລະ ພື້ນຫລັງຂອງເຮົາ

ຕໍ່ໄປແມ່ນການລົງສີຜົມ ສ້າງເລເຢີ້ໃຫມ່ຂຶ້ນມາອີກ ເອົາໄວ້ທາງເທິງພາບພື້ນຫລັງ ແລະຢູ່ກ້ອງເລເຢີ້ລາຍເສັ້ນເດີ້

ຜົມຂອງຮູບນີ້ ມິມີ່ເລືອກໃຫ້ເປັນສີຟ້າຂຸ່ນໆ

ຈາກນັ້ນກະ ທຳການຜະສົມສີ (ສັງເກດໄດ້ວ່າຈະເປັນສີມ້ວງຢ່າງທີ່ເຫັນ)

ຜະສົມຟ້າແກ່ ກັບແດງຂູ່ນເຂົ້າໄປ

ລົງທ້າຍດ້ວຍການລົງແສງໃຫ້ຜົມ ກະເປັນອັນວ່າແລ້ວລະ

*tip ໃນການສົງແສງໃຫ່ຜົມ ມີ່ໃຊ້ວິທີ່ສ້າງເລເຢີ້ໃຫມ່ຂຶ້ນມາທາງເທິງຂອງສີຜົມ

ປ່ຽນໃຫ້ເປັນ Overlay ຈາກນັ້ນໃຊ້ສີຂາວທາໃນສ່ວນທີ່ຢາກໃຫ້ເປັນແສງ

ແລ້ວໃນສ່ວນຂອງສີຜົມແລ້ວ ຕໍ່ມາກະເຖິງສ່ວນຂອງກະໂປ່ງ

ເລີ່ມແລກ ມີ່ໃຊ້ສີຂຽວອ່ອນທາ (ຢ່າລືມສ້າງເລເຢີ້ໃຫມ່ຂຶ້ນມາກ່ອນເດີ້ ດ໋ຽວຈະໄປທັບກັບສີຜົມ)

ຕາມດ້ວຍສີເຫລືອງອ່ອນ ແລະສີບົວມ້ວງ

ຕໍ່ດ້ວຍສີເຫລືອງເກືອບຂາວ ເພື່ອເປັນການໃສ່ແສງ

ຕໍ່ດ້ວຍສີຟ້າທະເລຂຸ້ນ ໃນຈຸດອັບແສງ ກະເປັນອັນແລ້ວລະ ໃນສ່ວນຂອງສີກະໂປ່ງ

ຕໍ່ມາແມ່ນການລົງສີຜິວ ສີຜິວ ມີ່ເລີ່ມຈາກສີນ້ຳຕານອ່ອນໆເປັນສີພື້ນ

ຈາກນັ້ນຄ່ອຍໆໄລ່ສີໃຫ້ບົວຂຶ້ນຫນ່ອຍຫນຶ່ງໃນການລົງເງົາ

ສີຜິວຄົນ ຫລັກໆຈະມີສີ ນ້ຳຕານອ່ອນເປັນພື້ນ ບົວອ່ອນເປັນເງົາ

ມ້ວງຂຸ່ນໃນຈຸດອັບແສງ ແລະເຫລືອງເກືອບຂາວເປັນສ່ວນທີ່ຖືກແສງ (ແລະສີອື່ນໆ ພວກ..ສີເງົາສະທ້ອນ ແຕ່ບໍ່ຕ້ອງໃສ່ກະໄດ້)

ລອງສັງເກດເບິ່ງ ມີ່ໃຊ້ປະມານ 4-6ສີນີ້ແຫລະ

ຫລັງຈາກທີ່ລົງແລ້ວຫມົດທຸກສ່ວນແລ້ວ ກະ ທຳການເກັບລາຍລະອຽດ

ລຶບສີສ່ວນທີ່ເກີນອອກມາ ຕໍ່ດ້ວຍການລົງໄຮໄລ້ແສງ ໃນສ່ວນຂອງພື້ນຫລັງ

ກະເປັນອັນສຳເລັດຮຽດຮ້ອຍ ໄດ້ອອກມາອີກ 1 ຮູບຢ່າງທີ່ເຫັນນີ້ລະ ^w^

ຄລິກເບິ່ງຮູບນີ້ແບບເຕັມໆ

ເປັນແນວໃດ ທຸກໆຄົນ

ອັນນີ້ເປັນພຽງຮູບແບບຫນຶ່ງໃນການລົງສີເທົ່ານັ້ນເນີ້

ຄວາມຈິງແລ້ວ ການລົງສີ ມີຢູ່ຫລາກຫລາຍແບບ ຫລາຍສໄຕນ໌

ຕາມແຕ່ຄວາມຖະຫນັດຂອງແຕ່ລະຄົນ

ສຳລັບຄົນທີ່ຍັງຫາຮູບແບບຂອງຕົວເອງບໍ່ໄດ້ ກະຂໍໄດ້ລອງຜິດລອງຖືກໄປ

ຫມັ່ນແຕ້ມເລື້ອຍໆ ຈະຕ້ອງເກັ່ງຂຶ້ນໄດ້ຢ່າງແນ່ນອນ

* ການແຕ້ມເລື້ອຍໆ ໄດ້ຫຍັງແນ່?

ຄຳຕອບກໍ່ຄື ໄດ້ປະສົບການ ຕອນເລີ່ມແລກອາດຈຈະບໍ່ງາມກະຈິງ

ແຕ່ຖ້າແຕ້ມໄປເລື້ອຍໆ ລອງຜິດລອງຖືກໄປເລື້ອຍ ຈະເຮັດໃຫ້ລາຍລະອຽດຂອງຮູບຄ່ອຍໆດີຂຶ້ນ

ຫມັ່ນສັງເກດເລື້ອຍໆ ເຊັ່ນຮູບແຕ້ມຂອງນັກຂຽນທີ່ມັກ ໂຕກະຕູນທີ່ມັກ

ຫລືລອງສັງເກດຕາມຊຳມະຊາດກະໄດ້ (ວ່າມັນມີສີຫຍັງແດ່ =w= ເຄີຍລອງມາລະ)

ມີ່ລອງຈັບກ່ຽວກັບ CG (computer graphic) ມາໄດ້ປະມານ 3-4 ປີລະ

ລອງກັບໄປເບິ່ງຮູບຕອນທີ່ແຕ້ມຄັ້ງທຳອິກຈະຮູ້ໄດ້ເລີຍວ່າພັດທະນາຂຶ້ນສ່ຳໃດ ແຮະໆ

** ຫວັງວ່າບົດຄວາມນີ້ຄົງຈະເປັນປະໂຫຍດ ບໍ່ຫນ້ອຍກະຫລາຍແກ່ຜູ້ທີ່ຕ້ອງການສຶກສາຫາຄວາມຮູ້ ຫລືສົນໃຈໃນດ້ານນີ້ເດີ້

ແລ້ວກະ ຂໍຂອບໃຈທຸກໆທ່ານທີ່ເຂົ້າມາອ່ານ ຜິດພາດປະການໃດກະຂໍອະໄພ ^^

Mimirin ~ NiCe 2 C U EVERYONE ^w^

August 23rd, 2008 by mimirin

ສະບາຍດີທຸກ ໆ ທ່ານ ^o^

ນີ່ແມ່ນເອນທຣີ້ທຳອິດຂອງມີ່ໃນ Laoblogger ເນີ້ ຍິນດີທີ່ໄດ້ຮູ້ຈັກ ທຸກ ໆຄົນ

ບາງຄົນທີ່ຍັງບໍ່ຮູ້ຈັກ ກະຂໍແນະນຳຕົວກັນກ່ອນ

ຂພຈ ມີນາມວ່າ ມິມີ່ ອາຍຸ 17 ປີປາຍ

ພະເຈົ້າສົ່ງລົງມາຈຸຕິເມື່ອວັນທີ 12/22/1990 ອິອິ

ສິ່ງທີ່ມັກທີ່ສູດດດ ແມ່ນການແຕ້ມຮູບ

ມັກເບິ່ງກະຕູນ ອ່ານນິຍາຍ ທ່ອງເວັບໄປທົ່ວ =w=~

ພໍທໍ່ນີ້ກ່ອນດີກວ່າ ໄວ້ດ໋ຽວມາອັພໃຫມ່